Тёмный

ຂ່າວ: ສະຫາຍ ປອ. ໄຊສົມພອນ ພົມວິຫານ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ 

Lao NA Media
Подписаться 2,6 тыс.
Просмотров 264
50% 1

ສະຫາຍ ປອ. ໄຊສົມພອນ ພົມວິຫານ ຕ້ອນຮັບຮອງປະທານສະພາແຫ່ງຊາດຫວຽດນາມ
………………………………………………………………………..
(ສພຊ) - ວັນທີ 04 ກໍລະກົດ 2024 ທີ່ຫ້ອງຮັບແຂກສະພາແຫ່ງຊາດ, ສະຫາຍ ປອ. ໄຊສົມພອນ ພົມ ວິຫານ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂຳ່ນັບຂອງສະຫາຍ ຫງວຽນ ຄັກ ດິ້ງ (Nguyễn Khắc Định) ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປລາວ.
ສະຫາຍ ປອ. ໄຊສົມພອນ ພົມວິຫານ ໄດ້ກ່າວສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ພ້ອມທັງຕີລາຄາສູງຕໍ່ການມາຢ້ຽມຢາມຂອງສະຫາຍ ຫງວຽນ ຄັກ ດິ້ງ ພ້ອມດ້ວຍຄະນະ ເຊິ່ງເປັນການເສີມຂະຫຍາຍສາຍພົວພັນການຮ່ວມມືຮອບດ້ານ ທັງເປັນການຮັດແໜ້ນຄວາມສາມັກຄີຮັກແພງໃຫ້ການຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງສອງພັກ-ສອງລັດ ກໍຄືປະຊາຊົນສອງຊາດລາວ-ຫວຽດນາມອ້າຍນ້ອງ ທີ່ມີມາແຕ່ດົນນານໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ. ສະຫາຍປະທານສະພາແຫ່ງຊາດ ຍັງໄດ້ກ່າວສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ເຫັນວ່າການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໄດ້ຮັບການເສີມຂະຫຍາຍທາງກວ້າງ ແລະ ທາງເລິກສະເໝີມາ; ໃນໄລຍະມໍ່ໆມານີ້ ສອງສະພາແຫ່ງຊາດລາວ-ຫວຽດນາມ ໄດ້ມີການແລກປ່ຽນການຢ້ຽມຢາມ ຂອງການນໍາຂັ້ນສູງຈົນຮອດຂັ້ນວິຊາການ, ຮ່ວມກັນຈັດກອງປະຊຸມສໍາມະນາແລກປ່ຽນບົດຮຽນຕ່າງໆ. ພິເສດ, ເພື່ອນຫວຽດນາມ ໄດ້ສົ່ງຊ່ຽວຊານມາໃຫ້ບົດຮຽນແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ແລະ ພະນັກງານສະພາແຫ່ງຊາດລາວ; ມີການພົວພັນຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນຢ່າງໜັກແໜ້ນໃນເວທີລັດຖະສະພາພາກພື້ນ ແລະ ສາກົນ. ສະແດງຄວາມຂອບໃຈຕໍ່ສະພາແຫ່ງຊາດຫວຽດນາມ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານວິຊາການ, ອຸປະກອນຮັບໃຊ້ກອງປະຊຸມຈໍານວນໜຶ່ງ ແລະ ຫວັງຢ່າງຍິ່ງວ່າ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ຈະເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດອາ ຊຽນ ຄັ້ງທີ 45 ທີ່ສະພາແຫ່ງຊາດລາວເປັນເຈົ້າພາບໃນລະຫວ່າງວັນທີ 17-23 ຕຸລານີ້ ເຊິ່ງເປັນການສະໜັບສະໜູນ ແລະ ໃຫ້ກໍາລັງໃຈແກ່ສະພາແຫ່ງຊາດລາວ ເພື່ອເຮັດສໍາເລັດພັນທະສາກົນຂອງຕົນ.
ສະຫາຍ ຫງວຽນ ຄັກ ດິ້ງ ໄດ້ສະແດງຄວາມຂອບໃຈຕໍ່ສະຫາຍປະທານສະພາແຫ່ງຊາດ ທີ່ໃຫ້ການຕ້ອນ ຮັບຢ່າງອົບອຸ່ນ ພ້ອມທັງລາຍງານໃຫ້ຊາບຈຸດປະສົງຂອງການມາຢ້ຽມຢາມ ສປປລາວ ໃນຄັ້ງນີ້ ແລະ ຜົນສໍາເລັດກອງປະຊຸມສຳມະນາວິທະຍາສາດກ່ຽວກັບການປັບປຸງລັດຖະທຳມະນູນ ແລະ ບົດຮຽນການຄົ້ນຄວ້ານິຕິບັນຍັດ ລະຫວ່າງສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ແລະ ສະພາແຫ່ງຊາດ ແຫ່ງ ສປປລາວ ໃນຕອນເຊົ້າມື້ນີ້ຕື່ມອີກ.
(ຂ່າວ: ກົງທະນູຄຳ ພິພັດເສລີ, ພາບ: ສອນສັກ ວັນວິໄຊ)

Опубликовано:

 

10 сен 2024

Поделиться:

Ссылка:

Скачать:

Готовим ссылку...

Добавить в:

Мой плейлист
Посмотреть позже
Комментарии : 1   
Далее
Introducing iPhone 16 | Apple
02:00
Просмотров 4,6 млн
🍏 Устарели ОФИЦИАЛЬНО! 🤡
00:32
Introducing iPhone 16 | Apple
02:00
Просмотров 4,6 млн