เพลง : ບ່າວທ່າແຂກສາວສະຫວັນ - บ่าวท่าแขกสาวสะหวัน
ศิลปิน : ບຸນເພັງ ລູກເມືອງເຊ - ດວງດາວນ້ອຍ ແດນສະຫວັນ
บุญเพ็ง ลูกเมืองเช - ดวงดาวน้อย แดนสะหวัน
คำร้อง/ทำนอง ອຈ. ບຸນຍູ້ ລູກແມ່ຂອງ
ดนตรี : ອຈ. ນັດ ນິພົນ
ເນື້ອຮ້ອງ:
ຊາຍ: ມື້ນີ້ໂຊກດີໜັກໜາ ໄດ້ພົບແກ້ວຕາຕອນຂີ່ລົດເມ
ແຟນໃຜນໍສັງມາງາມແທ້ເດ ຫົວອົກຊິເພໄດ້ນັ່ງຮຽງຕາຫວານ
ຍິງ: ຈັ່ງແມ່ນປາກຫວານແທ້ນໍອ້າຍ ປ່ອຍຄາລົມໃສ່ຈົນນ້ອງເພີ້ຝັນ
ຂໍຖາມຜູ້ບ່າວປາກຫວານ ວ່າອ້າຍນັ້ນເປັນຄົນບ້ານໃດ
ຊາຍ: ບ້ານອ້າຍຢູ່ທ່າແຂກ ປ່ອຍທາງແຍກໄປເມືອງມະຫາໄຊ
ແລ້ວນ້ອງເປັນຄົນບ້ານໃດ
ຍິງ: ບ້ານນ້ອງນີ້ໜາ ຢູ່ສະຫວັນນີ້ເອງ
ຊາຍ: ຖາມຄືນແນ່ ມີແຟນແລ້ວບໍນ້ອງ
ຍິງ: ຍັງບໍ່ມີ ໃຈນ້ອງຍັງວ່າງ
ຊາຍ: ປາດຕິໂທ້ ຄືຖືກໃຈແທ້ລະນາງ ຖ້າໃຈນ້ອງວ່າງອ້າຍຂໍເບີໂທແນ່
ຍິງ: ຮອດທ່າແຂກແລ້ວອ້າຍ ລົງທະແມ ຄືຢືນຈໍ່ລໍ່
ຊາຍ: ບໍ່ລົງດອກຄັນເຈົ້າບໍ່ໃຫ້ເບີໂທ ຊິຈ້າງລົດເມໄປຮອດສະຫວັນບ້ານນາງ
ຍິງ: ເວົ້າຈັ່ງຊີ້ຄືຈິງໃຈແທ້ນໍເພິ່ນ ນໍເພິ່ນໂອຍນໍເພິ່ນ
ເອົາເບີໂທໃຫ້ແລ້ວ ໂທມາຫຼິ້ນແນ່ເດີ
ຊາຍ: ຂອບໃຈນ້ອງທີ່ເຈົ້າຄິດສົງສານ
ຊິໂທຫາຕາຫວານ ບໍ່ວ່າແລງ ຫຼື ເຊົ້າ
ຄິດຮອດເຈົ້າຊິໂທມາໜໍ່າໆ ໜໍ່າໆຜູ້ໜໍ່າໆ
ຮອດບຸນທາດສີໂຄດ ໃຫ້ມາຫຼິ້ນແນ່ເດີ
ຍິງ: ສ່ວນວ່ານ້ອງ ຊິໂທນັດຄືກັນ
ຮອດບຸນທາດອິງຮັງ ໃຫ້ເຈົ້າມາແນ່ເດີອ້າຍ
ຊາຍ: ຂໍວອນໄຫ້ວທາດສີໂຄດຈົ່ງຊ່ອຍ
ໃຫ້ຜູ້ບ່າວທ່າແຂກ ເປັນເຂີຍເຈົ້າຖິ່ນສະຫວັນ
ຍິງ: ໃຈອີນ້ອງກໍຄິດເຊັ່ນດຽວກັນ ຈຶ່ງວອນທາດອິງຮັງ
ຍິງຊາຍ: ໃຫ້ຮັກເຮົາ ສົມຫວັງເດີ ເອີໆ...
LAODER MEDIA CO.,LTD
ບໍລິສັດ ລາວເດີເມເດຍ ຈຳກັດຜູ້ດຽວ (ສື່ໂຄສະນາ ຂ່າວສານ ແລະ ການບັນເທິງ)
Contact us : +8562098799159 Email :Daokhoun1@gmail.com
Head Office Bane Oudomvilay, Nakhone Kaysonephomvihane, Savannakhet Province, Laos
Facebook : / sithon2021
Facebook : / maikhamlao2020
RU-vid : ttps:// / @laoderstudio
RU-vid : ru-vid.com/show-UCw-Q...
----------------------------------------------------
#ບ່າວທ່າແຂກສາວສະຫວັນ #บ่าวท่าแชกสาวสะหวัน #ບຸນເພັງລູກເມືອງເຊ #ດວງດາວນ້ອຍແດນສະຫວັນ
27 май 2024