Тёмный

#ສຸດຍອດລໍາເມີ້ຍ 

Tai Mery Channel
Подписаться 1,3 тыс.
Просмотров 1,3 тыс.
50% 1

ລໍາເມີ້ຍຈາກສາວເມືອງວຽງທອງ ເປັນລໍາທີ່ມີ ສໍານຽງສຽງໂອ່ຍ ທີ່ເປັນເອກະລັກສະເພາະຂອງຊົນເຜົ່າໄຕເມີ້ຍ ທີ່ສ່ວນຫຼາຍຕັ້ງຖິ່ນຖານບ້ານເຮືອນຢູ່ບັນດາແຂວງພາກກາງ-ພາກເໜືອ ໃນນີ້ຢູ່ຫຼາຍກວ່າໝູ່ແມ່ນ ແຂວງບໍລິຄໍາໄຊ ເມືອງປາກກະດິງ ເມືອງໄຊຈໍາພອນ ເມືອງຄໍາເກີດ ແລະ ເມືອງວຽງທອງ. ໃນເມື່ອກ່ອນປະຊາຊົນດໍາລົງຊີວິດຢູ່ຕາມແຄມສາຍນໍ້າ ສາຍພູ ທີ່ເຕັມໄປດ້ວຍທຳມະຊາດທີ່ອຸດົມສົມບູນດ້ວຍຊັບໃນດິນສິນໃນນໍ້າ, ຍຶດຖືອາຊີບ ເຮັດໄຮ່ພູ ເຮັດສວນປູກພືດຜັກໝາກໄມ້ຕາມລະດູການ, ຫາກິນລ້ຽງຊີບຕາມທຳມະຊາດ, ເກັບຜັກເຄື່ອງປ່າຂອງດົງ ແລະ ລ່າສັດໃນເມື່ອກ່ອນ.
ແຕ່ປັດຈຸບັນວິຖີຊີວິດແບບເກົ່າດັ້ງເດີມໄດ້ປ່ຽນແປງໄປໝົດແລ້ວ ເຊິ່ງປ່ຽນໄປຕາມສະພາບແວດລ້ອມ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງຕົວເມືອງ ແລະ ປະເທດຊາດ. ສະນັ້ນ, ຖ້າຈະໄປຫາຟັງລໍາ ຫາເບິ່ງການດຳລົງຊີວິດແບບກ່ອນກີ້ ແມ່ນຫາເຫັນໄດ້ຍາກຂຶ້ນນັບມື້ແລ້ວ.
ດັ່ງນັ້ນ, ຊ່ອງໄຕເມີ້ຍ ແຊນແນວ ຈິ່ງໄດ້ສ້າງຊ່ອງນີ້ຂຶ້ນມາເພື່ອບັນທຶກ ແລະ ເກັບກຳ ກິດຈະກຳ ຮີດຄອງປະເພນີ ວິຖີຊີວິດຂອງເຜົ່ານີ້ໄວ້ໃຫ້ຍືນຍົງ ແລະ ໝັ້ນຄົງຕະຫຼອດໄປ.

Опубликовано:

 

15 сен 2024

Поделиться:

Ссылка:

Скачать:

Готовим ссылку...

Добавить в:

Мой плейлист
Посмотреть позже
Комментарии : 6   
@user-iq3yp8ru1n
@user-iq3yp8ru1n Год назад
ຮັກສາຄວາມມ່ວນຄືເກົ່າ ຄູ່ນີ້ລໍາມ່ວນແຮງ
@keochoichannel5725
@keochoichannel5725 Год назад
ม่วนดีเดอรำแบบนี้
@keochoichannel5725
@keochoichannel5725 Год назад
ມ່ວນໆ ຊົມເຊີຍຊ່ອງນີ້
@user-iq3yp8ru1n
@user-iq3yp8ru1n Год назад
ຄລິບໃໝ່ຫຼ້າສຸດມາລະເດີທຸກຄົນ
@keochoichannel5725
@keochoichannel5725 Год назад
ກົດຕິດຕາມໃຫ້ລະເດີນ້ອງ
@user-iq3yp8ru1n
@user-iq3yp8ru1n Год назад
ຟັງລໍາແລ້ວ ກົດຕິດຕາມ ກົດໄລ້ ກົດແຊ ໃຫ້ກໍາລັງໃຈຫຼານໄຕເມີ້ຍແດ່ເດີ
Далее
ông làm phon thổi khèn hay lắm
13:51
Просмотров 17 тыс.