#มาแรง #บาสโลบ #ບັດສະຫຼົບ
ເພງ: " #ເຊີນທ່ຽວແຂວງອຸດົມໄຊ" #เชิญเที่ยวแขวงอุดมไซ
ເນື້ອຮ້ອງທຳນອງ : ອາຈານ ຈ່ອຍ ວັນນະສີ
ຜູ້ແຕ່ງເພງ : ອາຈານ ຈ່ອຍ ວັນນະສີ
ສິນລະປິນ : ລອນນີ່ ນິລັນດອນ #ลอนนี่นิรันดร
#ເພງລາວ #เพลงลาว #Songlao #เพลงอีสาน
#ເພງລາວ #ໄຕດຳລຳພັນ #เพลงลาว #Songlao
นายห้าง 0952096626
ຄວາມມີສະເໜ່ ບໍ່ໄດ້ອວດເອ້ຕໍ່ໃຜ
ແຂວງອຸດົມໄຊ ມີສິ່ງສົນໃຈຫຼາຍຢ່າງ
ຫາກໃຜໄດ້ມາ ນັບວ່າເປັນບຸນນຳທາງ
ເມືອງໄຊດັ່ງແສງສະຫວ່າງ ໃຈກາງແຫ່ງທາງພາກເໜືອ
ວັດທະນະທຳ ຮີດຄອງປະເພນີ
ຊາວເມືອງທຸກຄົນໃຈດີ ມີມິດໄມຕຣີຕໍ່ກັນ
ແຂກໄປໄທມາ ເອີ່ຍວາຈາຜູກມິດສຳພັນ ເມືອງໄຊເໝືອນແດນສະຫວັນ
ດັ່ງວິມານຜູ້ຄົນໄຝ່ຫາ
ນ້ຳກັດຢໍລາປາ ເຊີນທຸກຄົນມາຢ້ຽມຢາມ
ທິວທັດສວຍງາມ ມີນ້ຳຕົກຕາດໂຕນຜາ
ເມືອງຫລາງາມລ້ຳ ພະເຈົ້າສິງຄຳສັກສິດແທ້ໜາ
ສຽງຂັບລື້ເມືອງແບງລືຊາ ໄປທ່ຽວເມືອງງາກິນໝາກພ້າວຫວານ
ຍັງມີເມືອງນາໝໍ້ ໄດ້ສ້າງກໍ່ເປັນເມືອງພັດທະນາ
ຕາດຕະແລເມືອງຮຸນນັ້ນໜາ ຊ່າງສວຍງາມຕາໜ້າອັດສະຈັນ
ນ້ຳຂອງຍາມແລງ ທີ່ເມືອງປາກແບງສົດສວຍລາວັນ
ທຳມະຊາດຊ່າງມາແຕ່ງປັ້ນ ຂໍເຊີນທຸກທ່ານມາທ່ຽວອຸດົມໄຊ
27 окт 2024