Тёмный
No video :(

ເພາະຄວາມຮັກ - Tanu Vannasin [Music Video] 

Tanu Vannasin
Подписаться 68 тыс.
Просмотров 392 тыс.
50% 1

Tanu Vannasin
Track 6: ເພາະຄວາມຮັກ
Album: Aftergrow
Music Video by AstroMao
Casts: Alounphone Luangsuvannavong & Phonesavanh Phomduangsy
Written & Composed by Vannasin THIPAPHAY
Produced by Phousy Keovongsa, Kiengkay Xayavong & Vannasin THIPAPHAY
Mixed and Mastered by Phousy Keovongsa (Tension Lab)
Studio Recording at Tension Lab
ເພາະຄວາມຮັກ | Lyric
ທຸກໆສິ່ງທຸກໆຢ່າງ
ບໍ່ເຄີຍປ່ຽນໄປ ເຄີຍເປັນແບບໃດຍັງຄົງເປັນແບບນັ້ນ
ທຸກຄຳຕອບທີ່ໄຮ້ເຊິ່ງຄຳຖາມໃດໃດ
ຂໍພຽງເຮົາເຂົ້າໃຈທີ່ເປັນຢູ່ນີ້ຄືຄວາມຮັກ
ຜູ້ຄົນເຝົ້າຖາມວ່າເຫດໃດຂ້ອຍເຖິງຍັງຢູ່
ທັງທີ່ກໍຮູ້ວ່າສຸດທ້າຍຕ້ອງເປັນແບບໃດ
ແຕ່ຖ້າເຈົ້າໄດ້ຮັກໃຜຄົນໜຶ່ງດ້ວຍຫົວໃຈ
ແລ້ວເຈົ້າຈະເຂົ້າໃຈວ່າຄວາມຮັກມີຄ່າເທົ່າຫົວໃຈ
ອາດເປັນເຫດຜົນທີ່ຟັງງ່າຍໆ
ແຕ່ເພາະຄວາມຮັກຂ້ອຍຈຶ່ງເຂົ້າໃຈ
ວ່າຊີວິດສວຍງາມພຽງໃດ
ທຸກຄໍ່າຄືນດວງອາທິດລັບລາ
ແຕ່ບໍ່ເຄີຍຈາກໄປ ເຄີຍຢູ່ແບບໃດຍັງຄົງຢູ່ເເບບນັ້ນ
ທຸກເວລາຂ້ອຍເຝົ້າເບິ່ງຮອຍຍິ້ມໃນຕາ
ແລະ ວັນທີ່ຜ່ານມາທີ່ເປັນຢູ່ນີ້ຄືຄວາມຮັກ
ຜູ້ຄົນເຝົ້າຖາມວ່າເຫດໃດຂ້ອຍເຖິງຍັງຢູ່
ທັງທີ່ກໍຮູ້ວ່າສຸດທ້າຍຕ້ອງເປັນແບບໃດ
ແຕ່ຖ້າເຈົ້າໄດ້ຮັກໃຜຄົນໜຶ່ງດ້ວຍຫົວໃຈ
ແລ້ວເຈົ້າຈະເຂົ້າໃຈວ່າຄວາມຮັກມີຄ່າເທົ່າຫົວໃຈ
ອາດເປັນເຫດຜົນທີ່ຟັງງ່າຍໆ
ແຕ່ເພາະຄວາມຮັກຂ້ອຍຈຶ່ງເຂົ້າໃຈວ່າຊີວິດສວຍງາມພຽງໃດ
ຕໍ່ໃຫ້ດາວທຸກດວງໝົດຟ້າມືດດັບໄປຕາມການເວລາ
ແຕ່ຄວາມຮັກຍັງຄົງຫຼໍ່ລ້ຽງໃນໃຈ
ເຖິງແມ່ນກາຍຈະປ່ຽນໄປ
ແຕ່ຫົວໃຈນັ້ນຍັງຄົງໄວ້
ແຕ່ຖ້າເຈົ້າໄດ້ຮັກໃຜຄົນໜຶ່ງດ້ວຍຫົວໃຈ
ແລ້ວເຈົ້າຈະເຂົ້າໃຈວ່າຄວາມຮັກມີຄ່າເທົ່າຫົວໃຈ
ອາດເປັນເຫດຜົນທີ່ຟັງງ່າຍໆ
ແຕ່ກໍເພາະເຈົ້າຂ້ອຍຈຶ່ງເຂົ້າໃຈວ່າຊີວິດສວຍງາມພຽງໃດ

Опубликовано:

 

21 ноя 2023

Поделиться:

Ссылка:

Скачать:

Готовим ссылку...

Добавить в:

Мой плейлист
Посмотреть позже
Комментарии : 249   
@Aotzzyy-ky1kn
@Aotzzyy-ky1kn 8 месяцев назад
ເຖິງສຸດທ້າຍບໍ່ວ່າມັນຊິຈົບໃນຮູບແບບໃດກະຢ່າ ແຕ່ຄວາມຮັກ ແລະ ຄວາມຮູ້ສຶກຈະຍັງຄົງຢູ່ຕະຫລອດໄປ🤍🤍🤍
@WATASHII22
@WATASHII22 9 месяцев назад
ຂໍໃຫ້ທຸກຄົນສົມຫວັງກັບຄວາມຮັກ(ລວມເຖີງຂ້ອຍເອງ)🤍
@Thum787
@Thum787 8 месяцев назад
ເຊັ່ນກັນ ຂໍໃຫ້ເຈົ້າເຈີຄວາມຮັກທີ່ດີ ແລະ ຄົນນັ້ນເຂົ້າໃຈເຈົ້າ
@loungnapha_98
@loungnapha_98 8 месяцев назад
ມື້ຫນຶ່ງເຮົາຄົງຈະສົມຫວັງ
@Khamkeophoudkanya
@Khamkeophoudkanya 8 месяцев назад
💙
@user-tw8pp9ln9f
@user-tw8pp9ln9f 8 месяцев назад
​@loungnaphavongxay8538
@user-tw8pp9ln9f
@user-tw8pp9ln9f 8 месяцев назад
​@loungnaphavongxay8538 24😢232w😂 3:22
@smxki_02
@smxki_02 6 месяцев назад
ໃນມຸມມອງຂອງຄົນທີ່ກຳລັງຢູ່ໃນຄວາມສຳພັນທີ່ບໍ່ຊັດເຈນ ພໍຟັງເພງນີ້ແລ້ວໂຄດເຂົ້າໃຈເລີຍ ຫລາຍໆຄົນມັກຈະຖາມຂ້ອຍວ່າເປັນຫຍັງຄືຍັງຢູ່ໃນຄວາມສຳພັນນີ້ຄືບໍ່ອອກມາ ຢູ່ໄປໂດຍທີ່ບໍ່ມີສະຖານະໂດຍທີ່ບໍ່ຮູ້ວ່າສຸດທ້າຍຈະສົມຫວັງບໍ່ ແຕ່ສຳຫລັບຂ້ອຍ ພໍຂ້ອຍໄດ້ລອງໃຊ້ຊີວິດກັບຜູ້ຊາຍຄົນນີ້ຂ້ອຍຮູ້ສຶກວ່າຊີວິດຂອງຂ້ອຍໂຄດມີຄ່າທຸກຢ່າງໂຄດສົດໃສ ເຖິງແມ້ວ່າຂ້ອຍຈະບໍ່ໄດ້ຄອບຄອງລາວໃນຕອນນີ້ແຕ່ຢ່າງຫນ້ອຍຂ້ອຍກະຍັງມີລາວຢູ່ ມັນອາດເປັນເຫດຜົນທີ່ຟັງບໍ່ຂື້ນແຕ່ຄັນເຈົ້າໄດ້ລອງຮັກໃຜຈັກຄົນແທ້ໆ ເຈົ້າຈະເຂົ້າໃຈເອງວ່າການການທີ່ໄດ້ຮັກໃຜຈັກຄົນມັນມີຄວາມສຸກຫລາຍປານໃດ ອາດຈະມີບາງທີທີ່ເສຍໃຈແຕ່ຢ່າງຫນ້ອຍເຮົາກະມີຄວາມສຸກໄດ້ຄືກັນໃນຕອນທີ່ໄດ້ມີລາວ ຊີວິດເຮົາຈະມີຄ່າຂື້ນຫລາຍ "ເພາະຄວາມຮັກ" ມັນເຮັດໃຫ້ເຮົາດີຂື້ນກ່ອນເກົ່າ
@tanuvannasin
@tanuvannasin 4 месяца назад
🤍
@rxcq_9
@rxcq_9 Месяц назад
ຂໍອະນຸຍາດແຄັບໄປລົງສະຕໍລີ້ໄດ້ບ່🙏🏻💕
@bankbpnp6440
@bankbpnp6440 9 месяцев назад
ຄົນທີ່ສົມຫວັງເທົ່ານັ້ນທີ່ໄດ້ພົບກັບຄວາມຮັກທີ່ງົດງາມ:(
@user-hr3kh7lg3k
@user-hr3kh7lg3k 7 месяцев назад
แฟนคลับจากฝั่งไทยค่ะ ❤ เพราะทุกเพลงเลย
@alonnika5
@alonnika5 9 месяцев назад
ອ້າຍຕານູ ເຄີຍບອກວ່າສໍາຫລັບຄົນທີ່ກຳລັງມີຄວາມຮັກທີ່ດີເພງນີ້ຈະເປັນເພງທີ່ເຮັດໃຫ້ຮູ້ສຶກດີ ເເຕ່ສໍາຫລັບຄົນທີ່ກຳລັງເສົ້າຢູ່ເພງນີ້ກໍຈະເປັນເພງຮັກທີ່ເຮັດໃຫ້ຮູ້ສຶກຄືຈົມລົງ ລະຕອນນີ້ຂ້ອຍຮູ້ສຶກຄືຂ້ອຍກຳລັງຈົມລົງໄປເລີຍ
@tanuvannasin
@tanuvannasin 9 месяцев назад
🫂
@xaymonty2596
@xaymonty2596 4 месяца назад
ຖືກຕ້ອງທີ່ສຸດ
@BigFisherman19
@BigFisherman19 9 месяцев назад
ທີ່ຍັງຢູ່ບໍ່ແມ່ນເພາະຄວາມອົດທົນ..ແຕ່ມັນເປັນເພາະຄວາມຮັກ❤
@khimnakonetsv4687
@khimnakonetsv4687 9 месяцев назад
ເພາະຄວາມຮັກມັນສວຍງາມສະເໝີ ເຖິງວ່າຈະບໍ່ໄດ້ຄອບຄອງກໍຕາມ🫶🏻🤍
@mimin_77
@mimin_77 8 месяцев назад
ແມ່ນ...ຄວາມຮັກມັນສວຍງາມເຖິງສິບໍ່ເຄີຍໄດ້ຮັບຈາກຄົນຮັກ ແຕ່ເຮົາກະເຄີຍໃຫ້ແລະຮູ້ວ່າມັນດີສ່ຳໃດ
@Tigerjarun
@Tigerjarun 8 месяцев назад
ເພາະຄວາມຮັກເຮົາເຖິງໄດ້ທຸ້ມເທກັບມັນຂະຫນາດນີ້ ເເລະ ຄວາມຮັກຍັງສອນໃຫ້ເຮົາໄດ້ຮັບຮູ້ເເລະເຂົ້າໃຈອິຫຍັງຫລາຍໆຢ່າງ ເເຕ່ສຸດທ້າຍເເລ້ວເຮົາເຊື່ອວ່າເພາະຄວາມຮັກມັນຈຶ່ງສວຍງາມໄດ້ເເບບນີ້🙇🏻‍♂️
@phoutnapha._.
@phoutnapha._. Месяц назад
ຟັງຮອບທີ1000 ມ່ວນນນນ🥺💗
@Noname-yv7jk
@Noname-yv7jk 8 месяцев назад
I'm willing to do everything because of love ❤
@NATCHA_NCAAA6
@NATCHA_NCAAA6 9 месяцев назад
ເພາະຂ້ອຍຮັກ ເຖິງຈະເຈັບປວດຂ້ອຍກໍຍອມ🥲
@MeenaNud-pu2gc
@MeenaNud-pu2gc Месяц назад
ແຟນລົມກັບຄົນອຶ່ນໃນເກມເພາະເຂົາເລ່ນເກມເກັ່ງເພາະເຂົາໃຫ້ໃນ10%ທີ່ຂ້ອຍຂາດໄປ😞ທັ້ງໆທີ່ຢູ່ນຳກັນຈົນຫມັ້ນແລ້ວແຕ່ເຂົາກໍຍັງຄົງບໍ່ພໍແລະຍັງພ້ອມດຶງຄົນອື່ນເຂົາມາໃນທຸກຄັ້ງທີ່ມີໂອກາດແຕ່ຂ້ອຍກະຍັງຄົງຢູ່ຕໍໃຫ້ຄົນອື່ນຈະວ່າຂ້ອຍເປັນຄົນໂງ່💔❤️‍🩹
@sadgirl.6026
@sadgirl.6026 8 месяцев назад
เราเป็นคนๆนึงที่มีความรักกับคนๆนึง แต่ทุกๆสิ่งทุกๆอย่าง โชคชะตาเหมือนจะเล่นตลกตลอด รักกันมากแค่ไหนมันก็เหมือนแทบจะไม่มีหวัง เพราะความเป็นจริงและหลายอย่าง คอยทำให้เราจากกันตลอด และถึงแม้เราจะไม่ได้อยู่ด้วยกัน แต่แปลกที่ในใจเราไม่เคยเปลี่ยนเลย และยังหวังเสมอ แต่ก็เป็นเพราะความรัก และความเข้าใจ ที่ทำให้เข้าใจดี ว่าการรักใครสักคนจากความรู้สึกข้างในจริงๆมันเป็นยังไง ไม่ว่าระหว่างเรามันจะเป็นยังไง สุดท้ายแล้วใจเราก็ยังรอแค่เขาอยู่ดี คนในใจคนเดียวของเราก็ยังเป็นแค่เขาอยู่ดี คนๆนั้นเคยบอกเราว่า ถ้าเราไปเล่าเรื่องของเราสองคนให้คนอื่นฟัง เขาคงคิดว่าเราบ้าแน่ๆ คิดว่าเราคงแต่งนิยายให้เขาฟัง แต่เขาไม่มีทางรู้หรอกว่าระหว่างเรามันยากมากแค่ไหน สักวันถ้าคุณได้เจอใครสักคนที่คุณอยากใช้ชีวิตอยู่ด้วย แล้วคุณจะเข้าใจว่าความรักที่แท้จริงมันเป็นยังไง
@jackarchiwha568
@jackarchiwha568 7 месяцев назад
ຍັງຄົງຮັກແລະລໍຄ່ອຍ(ເຈົ້າເລື້ອຍມາ)...!😥😪
@user-dy2bs7ov7y
@user-dy2bs7ov7y 3 месяца назад
ບໍ່ໄດ້ຝັງເພງຕານູດົນລະບໍ່ຮູ້ວ່າເພງໃຫມ່ຫລາຍປານນີ້ ມວ່ນທຸກເພງ❤❤❤❤❤
@Aiy_253
@Aiy_253 9 месяцев назад
ເພາະຄວາມຮັກ ເຮົາຈຶ່ງເຈັບປວດ🫀🙆🏾 ຄືມາເປັນວິ້ວໆ🙃
@saiysaiysaiy1194
@saiysaiysaiy1194 9 месяцев назад
ເຮົາຕ່າງຢາກໃຫ້ຄວາມຮັກຂອງເຮົາອອກມາສົມບູນແບບທີ່ສຸດ ບໍ່ວ່າມັນຈົບລົງແບບໃດເຮົາຕ່າງເຂົ້າໃຈແລ້ວຍອມຮັບມັນໄດ້ງ່າຍຂຶ້ນຫຼັງຈາກເວລາຜ່ານໄປ ແຕ່ເລື່ອງລະຫວ່າງທາງມັນດີເກີນກວ່າຈະລືມ ຂອບໃຈທີ່ເຄີຍມີສ່ວນເຮັດໃຫ້ມັນເປັນສິ່ງທີ່ດີທີ່ສຸດເລີຍ✨
@PhxnDzex
@PhxnDzex 9 месяцев назад
ບໍ່ເຄີຍເຮັດໃຫ້ຜິດຫວັງເລີຍຊາຍຄົນນີ້❤️‍🔥
@user-zl1eu9di1u
@user-zl1eu9di1u 4 месяца назад
ຮັກຄົນອື່ນແລ້ວ ຢ່າລືມຮັກໂຕເອງເດີ້✌🏻
@user-zh1xq8qt9m
@user-zh1xq8qt9m Месяц назад
ມ່ວນໆໆຊ້າໆຊື້ງໆນີ້ແຫຼະຖືກໃຈ🎉
@jameprince9650
@jameprince9650 8 месяцев назад
ບາງຄັ້ງ “ຄົນເຮົາກະຍອມຢູ່ກັບພາບລວງຕາທີ່ມີເຂົາຢູ່ ຫຼາຍກວ່າຢູ່ກັບຄວາມຈິງທີ່ບໍ່ມີເຂົາແລ້ວ“
@vannida_01
@vannida_01 8 месяцев назад
ຄວາມຮັກຂອງເຮົາມັນບໍ່ໄດ້ເສຍໄປໃສ...ແຕ່ມັນພຽງແຕ່ຖືກຍ້າຍເອົາໄປເກັບໄວ້ໃນຄວາມຊົງຈຳເທົ່ານັ້ນແຫຼະ:)
@Khuay99
@Khuay99 Месяц назад
ເພງໂຄດມ່ວນນນນ ເພງໃດກະມ່ວນ ສູ້ໆອ້າຍຍ 1ລ້ານວິຍໄວໆ🎉🎉❤
@zhihuibao2765
@zhihuibao2765 5 месяцев назад
ເມື່ອໄດ້ພົບພໍ້ຄົນທີ່ຍອມຮັບແລະເຂົ້າໃຈເຊິ່ງກັນແລະກັນ ເມື່ອນັ້ນເຮົາຈະຮູ້ວ່າການທີ່ໄດ້ໃຊ້ຊີວິດຮ່ວມກັບໃຜຄົນໜຶ່ງເປັນແນວໃດ❤
@user-yf9uw2zt8b
@user-yf9uw2zt8b 4 месяца назад
ຂໍສົມຫວັງຈັກເທື່ອແນ່ກະໄດ້🥺
@lilxz1986
@lilxz1986 9 месяцев назад
ວິວແລກກກ❤
@Mee_e14
@Mee_e14 28 дней назад
ຢາກສົມຫວັງກັບຄວາມຮັກສັກຄັ້ງ ແຕ່ເວລາທີເຮົາຮັກເຂົາຜ່ານມາ5ປີມັນເບິ່ງໄຮ້ຄ່າເຮົາພະຍາຍາມປ່ຽນແປງທຸກຢ່າງທີ່ຈະເໝາະສົມກັບເຈົ້າແຕ່ກະວ່າເນະາຄົນທີພະຍາຍາມຊຳ່ໃດກະບໍ່ສຳຄັນຖ້າເຂົາບໍ່ເຄີຍຮັກເຮົາທີຕ່າງຈາກເຮົາທີຮັກເຂົາຈາກຫົວໃຈຂອງເຮົາຢ່າງແທ້ຈິງແຕ່ສຸດທ້າຍເຮົາກະຕ້ອງປ່ອຍໃຫ້ເຂົາມີຄວາມສຸກ🫠
@5olie
@5olie 9 месяцев назад
ຈະ Support ອ້າຍຕານຸຕະຫຼອດໄປ ເພງອອກມາຄຸນນະພາບສະເໝີເລີຍ ຮັກໆ💐
@BounSaiythavy
@BounSaiythavy 8 месяцев назад
ຕິດຕາມອ້າຍມາ4ປີສຽງຂອງທຸກໆເພງມັນຊືມຊັບເຂົ້າຢູ່ໃນຫົວກ່ອນນອນທຸກຄືນ ❤
@mineminemint9471
@mineminemint9471 9 месяцев назад
ທຸກຢ່າງໃນຊີວິດມັນຂັບເຄື່ອນດ້ວຍຄວາມຮັກ 💐
@phumsavan8453
@phumsavan8453 8 месяцев назад
ອັນນິເພງຮັກ ຫລື ເພງເສົ້າ ເຮົາຄືນ້ຳຕາໄຫລ😢
@ssboy1685
@ssboy1685 9 месяцев назад
ຄຸນນະພາບ❤
@phurivatsamkipproduction9156
@phurivatsamkipproduction9156 5 месяцев назад
ได้ไปถ่ายคอนเสิร์ต ที่ลาว กลับมาติดตามทันทีชอบมากครับ
@tanuvannasin
@tanuvannasin 5 месяцев назад
🫶🏽
@LounLoun-pi7sg
@LounLoun-pi7sg 4 месяца назад
ເພງນີ້ຂ້ອຍໂຄດມັກເລີຍ❤
@KeViN-dv6oc
@KeViN-dv6oc 8 месяцев назад
ຂໍໃຫ້ຄວາມຮັກຄວາມຂອງທຸກຄົນບໍ່ເປັນຄືຂອງຂ້ອຍ ຢາກໃຫ້ທຸກຄົນມີຄວາມສຸກກັບຄວາມຮັກບໍ່ຕ້ອງມານັ່ງຄິດຫລາຍຄືຂ້ອຍ ຢາກໃຫ້ທຸກຄົນເຂົ້າໃຈ😅
@k4s779
@k4s779 8 месяцев назад
ໂຄດດີ❤
@pongponphuhinkong7110
@pongponphuhinkong7110 8 месяцев назад
เพราะมากคับบ❤️
@tanuvannasin
@tanuvannasin 8 месяцев назад
ขอบคุณมากครับ🫶🏽
@First_NichanunnL
@First_NichanunnL 8 месяцев назад
เอ็มวีดีมากเลยค่ะะ ลึกซึ้งง
@tanuvannasin
@tanuvannasin 8 месяцев назад
🫶🏽
@user-gs2zh9ms7e
@user-gs2zh9ms7e Месяц назад
ຢາກສົ່ງໄຫ້ຄົນໆນື່ງຟັງແຕ່ບໍ່ກ້າໄດ້ແຕ່ເອົາລົງສະຕໍລີ້😢ເພງໂຄດມ່ວນ😊
@darlingchannapha2301
@darlingchannapha2301 8 месяцев назад
This song is so beautiful 🤍, ເປັນເພງທີ່ມີຄວາມໝາຍເລິກເຊິ່ງແຮງ💖🥺
@txmaster4650
@txmaster4650 8 месяцев назад
ໃນຊີວິດນີ້ຂ້ອຍໄດ້ເຂົ້າໃຈຄວາມຮັກແລ້ວວ່າມັນເປັນແບບໄດ໋ ການໄດ້ຮັກໃຜຈັກຄົນດ້ວຍຫົວໃຈນັ້ນເປັນສິ່ງທີ່ພິເສດຫຼາຍ ສິ່ງທີ່ຂ້ອຍບໍ່ເຄີຍເຮັດບໍ່ເຄີຍເຫັນບໍ່ເຄີຍໄດ້ສຳພັດແລະບໍ່ເຄີຍແມ້ແຕ່ຈະຄິດເຖິງກະໄດ້ຮູ້ແລ້ວວ່າມັນເປັນແບບໄດ໋ ແຕ່ວ່າເປັນຫຍັງຄົນທີ່ຮັກຫຼາຍຕ້ອງເປັນຝ່າຍທີ່ຕ້ອງບອກລາ❤️‍🩹ຂ້ອຍບໍ່ເຂົ້າໃຈເລີຍ😔
@tripplej.5146
@tripplej.5146 9 месяцев назад
Muan laiy bro❤️
@sanga3611
@sanga3611 8 месяцев назад
ນ້ອງມັກທຸກຜົນງານຂອງອ້າຍເລີຍສິຖ້າຕິດຕາມແລະໃຫ້ກຳລັງໃຈໄປເລື້ອຍໆ
@LINNASIBOUNHEUANG._
@LINNASIBOUNHEUANG._ 9 месяцев назад
ຄວາມຮັກ ເປັນສິ່ງທີ່ສວຍງາມສິ່ງຫນຶ່ງແລະກໍເຮັດໃຫ້ເຮົາເສຍນ້ຳຕາໄດ້ຄືກັນ😢ເພງມ່ວນຫລາຍ❤
@palar_ctvx
@palar_ctvx 8 месяцев назад
ປັ້ນວິວໂວ້ຍຍຍ❤
@souklaty2012
@souklaty2012 8 месяцев назад
ມ່ວນສຸດໆ❤
@Honsengthammavong
@Honsengthammavong 5 месяцев назад
ເຮົາເປັນຄົນຫນຶ່ງທີ່ພະຍາຍາມເຮັດຄວາມຮັກຄັ້ງນີ້ໃຫ້ດີທີ່ສຸດມອບຄວາມຮັກໃຫ້ໂດຍບໍ່ຕັ້ງຂໍ້ສົງໃສວ່າເປັນຫຍັງຕ້ອງຮັກ ເມືອໄດ້ຮັກແລ້ວມັນມີຄວາມສຸກກາພະຍາຍາມຮັກສາ ເຂົາປຽບຄືໂລກທັງໃບຂອງເຮົາ ແຕ່ເຮົາຮູ້ສຶກວ່າໂຕເອງກາຕ້ອງການຮັບຄວາມຮັກຈາກເຂົາ ເຮົາພະຍາຍາມເຮັດໃຫ້ເຂົາຮັກເຮົາ ຍາກກວ່າເຮົາມອບຄວາມຮັກໃຫ້ໃຜຊັກຄົນອີກ (ເພງນິມັນຊື່ເທິງ ເຂົາບໍ່ມີວັນເຂົ້າໃຈເຮົາເພາະຄວາມຮັກມັນບໍ່ເທົ່າກັນ ອີກຝ່າຍບໍ່ສາມາດມອບຄວາມຮັກໄດ້ຕະຫລອດ ແລະ ອີກຝ່າຍບໍ່ສາມາດຮັບຄວາມຮັກໄດ້ຕະຫລອດຄືກັນ)
@mouysbh162
@mouysbh162 Месяц назад
ເຖີ່ງສຸດທ້າຍບໍ່ວ່າມັນຊິຈົບລົງໃນຮູບແບບໃດ ແຕ່ຂ້ອຍຢາກບອກເຈົ້າວ່າຄວາມຮັກໃນຄັ້ງນີ້ຂ້ອຍໂຄດຕັ້ງໃຈຮັກເຈົ້າເລີຍ🤍
@soukjalernphunthavong1348
@soukjalernphunthavong1348 9 месяцев назад
Always support you aiy Tanu ຂອບໃຈຈາກຫົວໃຈສຳຫລັບທຸກໆເພງຄຸນນະພາບ🫶🏻💕✨ #ສິນລະປິນຂອງພວກເຮົາ
@tanuvannasin
@tanuvannasin 9 месяцев назад
🫶🏽
@VivoYs-mc4ms
@VivoYs-mc4ms 8 месяцев назад
Fc. ครับ
@user-lg5py7jn6q
@user-lg5py7jn6q 9 месяцев назад
ເພັງມ່ວນເເຮງງ
@xserey7574
@xserey7574 9 месяцев назад
ມາແລ້ວໆ🖤
@userNibrmoveon._.
@userNibrmoveon._. 9 месяцев назад
ເຈົ້າສອນໃຫ້ຂ້ອຍຮູ້ຄຳວ່າຮັກແລ້ວ… ກັບມາສອນໃຫ້ຂ້ອຍລືມເຈົ້າແດ່ໄດ້ບ່ໍ01
@user-cp3ng8hg6f
@user-cp3ng8hg6f 6 месяцев назад
ມ່ວນ
@AIYlER-themoon
@AIYlER-themoon 9 месяцев назад
ມາແລ້ວ❤️😊😭
@user-Phud686
@user-Phud686 7 месяцев назад
ขอให้คนติดตามถึง100k🎉❤
@tanuvannasin
@tanuvannasin 7 месяцев назад
🫶🏽
@khamsee1753
@khamsee1753 8 месяцев назад
ຖ້າຕ່າງຝ່າຍຕ່າງຢາກຮັກສາກັນໄວ້, ຄວາມຮັກນັ້ນຈະມີໂອກາດ ໝັ້ນຄົງ..
@embo3902
@embo3902 10 дней назад
ຄວາມຮັກທີ່ຂ້ອຍມີມັນອາດຈະບໍ່ຊັດເຊນຫລືວ່າລາວນັ້ນບໍ່ໄດ້ຮັກຂ້ອຍ ແຕ່ຂ້ອຍກໍ່ເລືອກທີ່ຈະຮັກລາວແຕ່ຂ້ອຍກະເຄີຍວ່າເປັນຫຍັງເຮົາຕ້ອງພະຍາຍາມເຮັດໃຫ້ເຂົາຮັກທັ້ງທີ່ເຂົາບໍ່ເຄີຍເຫັນຄວາມຮັກຂ້ອຍເຮົາທີ່ມີຕໍ່ເຂົາ ແຕ່ຂ້ອຍກໍ່ຍັງເລືອກທີ່ຈະຮັກລາວເຖິງຈະບໍ່ໄດ້ຄອບຄອງແຕ່ມັນກໍ່ດີທີ່ໄດ້ຮັກລາວໂລກຂອງຂ້ອຍທີ່ມີລາວນັ້ນສົດໃສ ເຮັດໃຫ້ທຸກໆມື້ຢາກຕື່ນນອນມາເພື່ອລາວ ເຮັດໃຫ້ການໃຊ້ທີ່ວິດມາຄຸນຄ່າ ແລະມີຄວາມສຸກ ເຖິງຫລັງໆຂ້ອຍຈະຜິດຫວັງແຕ່ຂ້ອຍກໍ່ດີໃຈທີ່ໄດ້ຮັກ❤
@popsuphaphon8352
@popsuphaphon8352 9 месяцев назад
ຄົນແລກ❤❤
@BIXXX_
@BIXXX_ 5 месяцев назад
ເພາະຄວາມຮັກ ຕ້ອງພະຍາຍາມ ເພາະຄວາມຮັກ ຕ້ອງອົດທົນ ເພາະຄວາມຮັກ ຕ້ອງເອົາໃຈໃສ ເພາະຄວາມຮັກ ຂ້ອຍຕ້ອງໄດ້ຢູ່ຄົນດ່ຽວ.
@user-my1fi9im6b
@user-my1fi9im6b 8 месяцев назад
ມ່ວນຫລາຍ❤
@thanphod5575
@thanphod5575 8 месяцев назад
ສຸດຍອດເລີຍເພງນີ້ ລົງຕົວສຸດໆ
@Piyaphong21
@Piyaphong21 9 месяцев назад
Big Project by: tanu 🫶🏼💗
@KanitaSichantha
@KanitaSichantha 9 месяцев назад
Love 🤍 Congratulations on your mv release 🫶🙌
@user-tq6rh6uv3v
@user-tq6rh6uv3v 9 месяцев назад
ການມີຄວາມຮັກມັນດີທີ່ສຸດແລ້ວ ຖ້າໄດ້ຮຽນຮູ້ແລະເຂົ້າໃຈມັນວ່າການທີ່ຖືກຖິ້ມໃຫ້ຢູ່ຄົນດຽວມັນເປັນຈັ່ງໃດ😢
@Mgzzzzzzzzz
@Mgzzzzzzzzz 5 месяцев назад
ຮັກຫຼາຍເທົ່າໃດຍິ່ງເຮັດໃຫ້ປວດໃຈບໍ່ເຂົ້າໃຈຄວາມຮັກເລີຍ❤️‍🩹
@triplef.1837
@triplef.1837 8 месяцев назад
T sout lei 💕
@bossno_ob5573
@bossno_ob5573 5 месяцев назад
แฟนผมเป็นคนลาวส่งเพลงนี้มาให้ฟังผมเป็นคนไทยที่ชอบมาก~
@tanuvannasin
@tanuvannasin 5 месяцев назад
🫶🏽
@jcompakse9708
@jcompakse9708 8 месяцев назад
ຂໍໃຫ້ທຸກຄົນສົມຫວັງຢ່າພົບພໍ້ກັບຄວາມເສີຍໃຈ ຈາກຄົນທີ່ບໍ່ເຄີຍສົມຫວັງຈາກຄວາມຮັກ😔
@neenokeomanyvong3569
@neenokeomanyvong3569 9 месяцев назад
ເພງຄຸນນະພາບຫຼາຍ ທຸກເພງຂອງອ້າຍເລີຍ ❤❤❤❤❤❤
@tanuvannasin
@tanuvannasin 9 месяцев назад
🫶🏽
@user-np3yr4nw2m
@user-np3yr4nw2m 8 месяцев назад
ເປັນຄວາມຫວັງດີ ທີ່ທໍລະມານ😢
@ThirdTpk
@ThirdTpk 2 месяца назад
ເປັນອີກເພງໜຶ່ງຂອງອ້າຍຕານຸທີ່ໂຄດມັກເລີຍ ເປັນໄດ້ທັງເພງຮັກແລະເພງເສົ້າ ມັນຕຳໃຈແຮງ ຮູ້ສຶກຄືຊີວິດນີ້ບໍ່ມີຄວາມໝາຍເລີຍ ການທີ່ເຮົາຮັກແລະທຸ່ມເທໃຫ້ຄົນໆໜຶ່ງແຕ່ພັດບໍ່ໄດ້ຫຍັງກັບມາເລີຍມັນໂຄດເສຍໃຈ ມັນເຮັດໃຫ້ເຮົາບໍ່ຮູ້ຄຸນຄ່າຂອງໂຕເອງ ແລະຕອນນີ້ຂ້ອຍກະເປັນແບບນັ້ນຢູ່🙂🙂
@ppp7158
@ppp7158 9 месяцев назад
ມັກໆ
@vannalacpvl9762
@vannalacpvl9762 9 месяцев назад
ບາງຄັ້ງການຖອຍອອກມາ ມັນເຮັດໃຫ້ເຮົາມີຄ່າຫຼາຍກວ່າກັບການຢູ່ຕໍ່🙇🏻
@real.2crazie941
@real.2crazie941 9 месяцев назад
T brk var zung khod zung tae khuam mhaiy mun kup kun talrd lery 😔 jai viw2 talrd lery
@lilsim8348
@lilsim8348 7 месяцев назад
เจอเขาแชร์ในเฟสบุ๊ค พึ่งเลิกกับแฟนเจอเพลงนี้ 😥
@Touy_Villager
@Touy_Villager 9 месяцев назад
Good song, sir
@JACK-kq5rb
@JACK-kq5rb 9 месяцев назад
ຄວາມຮັກເຮັດໃຫ້ເຮົາມີຄວາມຫວັງ ແລະ ທຸ້ມເທໃຫ້ກັບມັນ ແຕ່ຄວາມຮັກກະເຮັດໃຫ້ເຮົາຜິດຫວັງ ແລະ ເສຍນ້ຳຕາ❤️‍🩹
@bbabiimine
@bbabiimine 9 месяцев назад
ເພາະຄວາມຮັກເຮັດໃຫ້ເຮົາມີກຳລັງໃຈໃນການໃຊ້ຊີວິດ ແລະ ເພາະຄວາມຮັກກໍ່ເຮັດໃຫ້ເຮົາບໍ່ຢາກໃຊ້ຊີວິດ ຄືກັນ :)
@tanuvannasin
@tanuvannasin 9 месяцев назад
🫶🏽
@nanpnvvongola6031
@nanpnvvongola6031 9 месяцев назад
ເພງມ່ວນເພງດີ ມີຄຸນນະພາບສະເໝີ ທີ່ໄດ້ຟັງຜົນງານທຸກເພງ
@tanuvannasin
@tanuvannasin 9 месяцев назад
🫶🏽
@vilayvanhphanthachit3040
@vilayvanhphanthachit3040 8 месяцев назад
ມັນສື່ສານໄດ້ຫລາຍອາລົມເລີຍເພງນີ້ ຟັງແລ້ວອີນ🥰
@Mr.Foni463
@Mr.Foni463 8 месяцев назад
ເປັນເພງເເລກຂ້ອຍອ້າຍທີ່ມີMv🎉🎉
@02.khounxokdouangdala73
@02.khounxokdouangdala73 9 месяцев назад
Bg lw num ta jahh laii oh my hoddd😢
@phutsalin_07
@phutsalin_07 8 месяцев назад
ດົນໆສິເຫັນອ້າຍເຮັດເພງແນວນີ້ ເຮັດອອກມາຫລາຍໆເດີ້💕☄️
@tanuvannasin
@tanuvannasin 8 месяцев назад
🫶🏽
@user-pn1ro8wp1e
@user-pn1ro8wp1e 8 месяцев назад
ສຽງເປັນເອກລັກ
@sunsyx7888
@sunsyx7888 9 месяцев назад
ຄຳວ່າໂຊກດີມີພຽງໃນບັດເຕີມເງີນ ແຕ່ບໍ່ເຄີຍເກີດຂື້ນກັບຂ້ອຍ😢
@VietLms
@VietLms 15 дней назад
❤❤
@Dao-uz8bd
@Dao-uz8bd 4 месяца назад
ມີຄອດກີຕາເພງນີ້ບໍ່ອ້າຍ❤❤
@MotoPhommavong
@MotoPhommavong 8 месяцев назад
ດີງາມຫຼາຍ ❤ ເນື້ອຮ້ອງ, ທຳນອງ, ດົນຕີ, ສຽງ, ພາບ, ເລື່ອງລາວ, ນັກສະແດງ.
@tanuvannasin
@tanuvannasin 8 месяцев назад
ຂອບໃຈຜູ້ຈັດການນນ🫶🏽
@along_gggl9063
@along_gggl9063 9 месяцев назад
ຖ້າເຈົ້າໄດ້ຮັກໃຜຄົນຫນື່ງ....!;:😢
@user-ig1fz1bw3s
@user-ig1fz1bw3s 8 месяцев назад
ຂໍໃຫ້ສົມຫວັງກັບຄວາມຮັກຄັ້ງນີ້🥰💗
@Bounthave-cp3ds
@Bounthave-cp3ds 8 месяцев назад
ຢາກໄດ້ຄອດເພັງ❤
@sharkch7614
@sharkch7614 3 месяца назад
ເພງມັກຂອງຂ້ອຍ,😢🫰🫵
@thonglatsamyofficial8048
@thonglatsamyofficial8048 9 месяцев назад
ປາາາ ປານນີ້ຍັງອອກເພງໃຫມ່ນໍ ຖ້າຢູ່ຕິດຕາມຢູ່🤟🏻
@bouyaaa.yaa77
@bouyaaa.yaa77 9 месяцев назад
ເພາະຄວາມຮັກ ເຮັດໃຫ້ເຈັບປວດ😢
@pphoutasonepaiyalast7780
@pphoutasonepaiyalast7780 9 месяцев назад
ເພາະຂ້ອຍເຫັນຮອຍຍິ້ມໃນຕາເຈົ້າ ມັນເລີຍເປັນເຫດຜົນທີ່ຂ້ອຍຍັງຮັກ😶
@thepnaphaphanka4003
@thepnaphaphanka4003 9 месяцев назад
❤❤❤
@foneblackblood8473
@foneblackblood8473 9 месяцев назад
ຖ້າເຈົ້າຮັກໃຜສັກຄົນ ເຈົ້າຈະບໍ່ມີວັນຖິ້ມເຂົາໄປ
@lazymondays4232
@lazymondays4232 9 месяцев назад
💙ເພງຂອງເຈົ້າມີຊີວິດ❤ ອະທິບາຍທຸກສິ່ງທີ່ຢູ່ໃນຄວາມຮູ້ສຶກໄດ້ຢ່າງຕົງໄປຕົງມາ❤
@TONKULAB
@TONKULAB 8 месяцев назад
ຄອດຍາກ😂
Далее
ລະດູການ
4:03
Просмотров 21 тыс.
Right here
3:18
Просмотров 294 тыс.
ລວມເພງ Tanu Vannasin
26:03
Просмотров 6 тыс.
ເພງຂອງເຮົາ | natbeestory
6:25
Просмотров 419 тыс.
ກອດ | Pure - Tanu Vannasin [ Official Audio ]
4:55