ສໍາພາດ #ເຜົ່າຕອງເຫຼືອງ ແບບສົດໆບໍ່ໄດ້ກຽມຕົວມາກ່ອນ ໃນຂະນະທີ່ໄປນອນປ່າ ແລ້ວບັງເອີນມາຄົນປ່າອອກມາຫາ ເຫັນແລ້ວກໍອົດສົງສານບໍ່ໄດ້ ເພາະຕອນແລງມາບໍ່ມຮຫຍັງຈະກິນເລີຍ ເຂົ້າກໍບໍ່ມີ ບ່ອນຢູ່ບ່ອນນອນກໍບໍ່ມີ.
ຜ່ານການສໍາພາດໃຫ້ໄດ້ຮູ້ວ່າ ວິຖີຊີວິດຂອງເຂົ້າ ມັກອາໄສຢູ່ໃນປ່າ ກິນໝາກໄມ້ເປັນອາຫານ, ກາງຄືນຈະດັງໄຟ ແລ້ວກໍ່ນອນອ້ອມກອງໄຟ, ເຂົາມັກຄວາມສະຫງົບສຸກ, ມັກສັນໂດດຕາມໄພປ່າພະນາເຂົາ, ບໍ່ມີນິດໄສຮ້າຍ, ດ່າໃສ່ກັນ, ຖ້າບໍ່ພໍໃຈມີແຕ່ໜີຫ່າງອອກຈາກກັນຢ່າງດຽວ.
ສໍາພາດແຕ່ຖ້າປີ 2015 ປະຈຸບັນນີ້ ພວກເຂົາຍັງອາໄສຢູ່ໃນປ່າ ມີແຫ່ງດຽວໃນປະເທດລາວ #มลาบรี #ແຂວງໄຊຍະບູລີ.
30 авг 2023