Тёмный
No video :(

Laos : ສ້າງຕໍ່ກັນເຈື່ອນແຄມຂອງວຽງຈັນ | โครงการสร้างตลิ่ง ริมโขงเวียงจันทน์ 

Bao kham Travel
Подписаться 17 тыс.
Просмотров 17 тыс.
50% 1

#lao #laos #vientiane
---------------------------------------------
ໂຄງການປ້ອງກັນຕາຝັ່ງ ແລະ ພັດທະ ນາແຄມຂອງໄລຍະທີ 2 ຢູ່ ນວ ເລີ່ມຈັດຕັ້ງປະຕິບັດເດືອນກຸມພາ 2022 ໂດຍປະ ກອບມີໜ້າວຽກລະບົບປ້ອງກັນຕາຝັ່ງ ກໍ່ສ້າງຄູປ້ອງກັນນໍ້າຖ້ວມທີ່ສາມາດນໍາໃຊ້ເປັນທາງລຽບຕາມແຄມຂອງ ແລະ ກໍ່ສ້າງລະບົບປ້ອງກັນຕາຝັ່ງບໍ່ໃຫ້ມີການເຊາະເຈື່ອນມີຄວາມຍາວ 8,36 ກິໂລແມັດ ຈາກຫຼັກ 4 ເມືອງສີສັດຕະນາກຫາບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ເຊິ່ງປະກອບດ້ວຍເສັ້ນທາງຍ່າງຊົມວິວ ແລະ ຊົມຕາເວັນຕົກດິນ ສວນກີລາກາງແຈ້ງ ແລະ ຈຸດທ່ອງທ່ຽວທຳມະຊາດທີ່ເຊື່ອມຈອດກັບຕົວເມືອງໄດ້ ໂຄງການເລີ່ມຈັດຕັ້ງປະຕິບັດເດືອນກຸມພາ 2022 ແລະ ມາຮອດເດືອນມີນາ 2024 ສຳເລັດ 53,3% ທຽບໃສ່ແຜນການ (56,6%) ແມ່ນຊັກຊ້າສາ ເຫດຍ້ອນໂຄງການຕັ້ງຢູ່ເຂດຕົວເມືອງມີຄວາມຫຍຸ້ງຍາກໃນການຂົນສົ່ງວັດສະດຸກໍ່ສ້າງຈາກພາກສະ ໜາມເຂົ້າຫາໂຄງການທີ່ຕ້ອງໄດ້ຜ່ານເສັ້ນທາງຕົວເມືອງ ຈຳ ກັດໂມງເວລາການຂົນສົ່ງ ແລະ ນໍ້າໜັກ ໂຄງ ການຄາດວ່າຈະໃຫ້ສຳເລັດທ້າຍປີ 2025 ເຊິ່ງໂຄງການທີ່ໄດ້ຮັບການສະໜັບສະໜູນເງິນກູ້ຢືມດອກເບ້ຍຕໍ່າຈາກ ສ ເກົາຫຼີ ແລະ ທຶນສົມທົບຈາກລັດຖະບານລາວ ລວມມູນຄ່າທັງໝົດ 67.562.000 ໂດລາ ໂດຍແມ່ນບໍລິສັດ ຮ່ວມ JV-Saman Corp ແລະ Korea Engineering Consultants (SAMAN ແລະ KECEC) ສ ເກົາຫຼີ ເປັນທີ່ປຶກສາໂຄງການ ແລະ ບໍລິສັດຮ່ວມ Dongbu Corporation ແລະ Kumho Industrail Co.,Ltd ສ ເກົາຫຼີເປັນຜູ້ຮັບເໝົາກໍ່ສ້າງ.

Опубликовано:

 

6 июн 2024

Поделиться:

Ссылка:

Скачать:

Готовим ссылку...

Добавить в:

Мой плейлист
Посмотреть позже
Комментарии : 91   
Далее
❌Разве такое возможно? #story
01:00
❌Разве такое возможно? #story
01:00