Тёмный
No video :(

Standing stone Laos ຫີນຕັ້ງ ບູຮານນະຄະດີລາວ. 

Neenee Lao Life ນີນີ ວິຖີລາວ
Подписаться 27 тыс.
Просмотров 768
50% 1

Hin tang Standing stone Laos as mysterious as The Plain of Jars (Hintang Archaeological) ຫີນຕັ້ງລາວ.
One of the tourist places that
-people still don't know much about this place, because the road is still difficult, if it rains, you must use four-wheel drive only. "Hin Tang" tourist attraction "Hin Tang" is located in Hua Muang District, Hua Phan Province. It is another interesting point. This place is located in the Mountain hill area in the "Pa Cha" village, about 64 kilometers away from Sam Nua District Municipality and about 7 kilometers away from highway number 6 along the red soil road.
Pa Cha village is a village of "Khmu" tribe and the people of this village and nearby will take care of this tourist place.
Almost as mysterious as Xieng Khuang's more famous jars,(Plain of jars) this unique, unfenced collection of standing stones is thought to be at least 1500 years old. Spindly stones up to 3m tall are interspersed with disks that formerly covered funerary sites
ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຄົນຍັງບໍ່ໄດ້ໄປທ່ຽວຊົມພໍປານໃດ ເນື່ອງຈາກເສັ້ນທາງຍັງລຳບາກ ຫາກແມ່ນຍາມຝົນ ຕ້ອງໃຊ້ລົດຂັບເຄື່ອນສີ່ລໍ້ເທົ່ານັ້ນ. “ຫີນຕັ້ງ” ສະຖານທີ່ທ່ອງທ່ຽວ“ຫີນຕັ້ງ” ຕັ້ງຢູ່ ເມືອງຫົວເມືອງ, ແຂວງຫົວພັນ ແມ່ນອີກຈຸດຫນຶ່ງທີ່ຫນ້າສົນໃຈສະຖານທີ່ດັ່ງ ກ່າວຕັ້ງຢູ່ໃນບໍລິເວນສັນພູກອງພັນເຂດບ້ານ “ປ່າຈ່າ” ຫ່າງໄກຈາກເທດສະບານເມືອງຊຳເໜືອປະມານ 64ກິໂລແມັດ ແລະ ຫ່າງຈາກເສັ້ນທາງຫລວງໝາຍເລກ 6ຕາມເສັ້ນທາງດິນແດງ ປະມານ 7 ກິໂລແມັດ
ບ້ານປ່າຈ່າ ເປັນບ້ານຂອງຊົນເຜົ່າ”ກຶມໝຸ“ ແລະ ປະຊາຊົນບ້ານນີ້ ແລະ ໃກ້ຄຽງຈະຄອຍດູແລຮັກສາ ສະຖານທີ່ທ່ອງທ່ຽວແຫ່ງນີ້.
- ພໍເຮົາເຂົ້າເຖິງບໍລິເວນຫີນຕັ້ງ ເຮົາຈະເຫັນແຜ່ນຫີນຕັ້ງລຽງລາຍກັນເປັນຈຸດໆ ເຊິ່ງຊາວບ້ານບອກວ່າ ຫີນຕັ້ງນີ້ມີຫລາຍກຸ່ມ ແລະ ກິນເນື້ອທີ່ຫລາຍກີໂລຕາແມັດ
- ຕາມກສານສັນລະສູດຂອງ ນັກບູຮານຄະດີໃຫ້ຮູ້ວ່າ : ຫີນຕັ້ງ ດັ່ງກ່າວມີອາຍຸເກົ່າແກ່ປະມານ1.500 ກວ່າປີ ຜ່ານມາແລ້ວ, ຈາກຊົນເຜົ່າກຸ່ມຫນຶ່ງໄດ້ປະຮ່ອງ ຮອຍຫີນຕັ້ງຈຳນວນຫລາຍກ່ວາ 100 ອັນ ຢັ່ງຢາຍຍາວຢຽດໄປຕາມສັນພູ “ກອງພັນ” ເຊິ່ງນັກສຳຫລວດໄດ້ ຈັດເປັນ 3 ກຸ່ມໃຫຍ່ ແລະ ກຸ່ມນ້ອຍອີກຫລາຍໆກຸ່ມ. ຫີນຕັ້ງດັ່ງກ່າວແມ່ນ ຫີນກະດິດຖືກຕັດໃຫ້ ເປັນແຜ່ນບາງສູງຕັ້ງຢູ່ເປັນຈຸດ ໃນພື້ນດິນບໍລິເວນດັ່ງກ່າວເຮັດ ເປັນຮູບວົງມົນ, ມີເສັ້ນຜ່າ ສູນກາງປະມານ 2 ແມັດຂຶ້ນໄປກໍມີ.
- ການສຳສຫລວດ ຄັ້ງທຳອິດມີຂຶ້ນໃນປີ ຄສ 1931 ຈາກນັກຄົ້ນ ຄວ້າຊາວຝຣັ່ງ(ຄາດວ່າທີມດຽວກັບການຄົ້ນຄ້ວາຫລັກຖານທົ່ງໄຫຫີນ) ໄດ້ເຮັດການສຳຫລວດບາງບູຮານຄະດີໃນບໍລິເວນຫີນຕັ້ງແຫ່ງນີ້. ເບື້ອງຕົ້ນແມ່ນໄດ້ຄົ້ນພົບວັດຖຸບູຮານຈຳນວນຫນຶ່ງເຊັ່ນ : ໂຖໃສ່ກະດູກ ທີ່ເຮັດດ້ວຍດິນເຜົາ, ດ້ານໃນມີເຄື່ອງປະດັບ ເອ້ຈຳນວນ ຫນຶ່ງທີ່ກ່ຽວຂ້ອງກັບ ພິທີກຳເຮັດດ້ວຍດິນເຜົາເຊັ່ນ : ກອງ, ແຄນທອງ, ກອກຢາ, ໄຫ ເຫລົ້າ, ຖ້ວຍຈານ, ນ້ຳເຕົ້າດິນ ແລະ ອື່ນໆ(ບໍ່ຮູ້ວ່າເພິ່ນໄດ້ເກັບຮັກສາວັດຖຸເລົ່ານັ້ນໄວ້ບໍ່). ແຕ່ເຖິງຢ່າງໃດຫີນ ຕັ້ງແຫ່ງນີ້ ຍັງຄົງເຊື່ອງຊ້ອນ ຄວາມລຶກລັບປິດສະຫນາໃຫ້ນັກ ຄົ້ນຄວ້າທາງບູຮານວັນນະຄະດີ ຫລຸ້ນໃຫມ່ຈະຕ້ອງໄດ້ເອົາໃຈໃສ່ ສຶກສາຄົ້ນຄວ້າໃນອະນາຄົດຕໍ່ໄປ
- ນອກນີ້ຍັງມີປ່ຽງຫີນນ້ອຍຝັງ ຕິດກັບຜະຫນັງໃຫ້ເປັນລູກຂັ້ນ ໄດລົງສູ່ຫ້ອງພື້ນດິນທີ່ເປັນຫ້ອງຝັງສົບຂອງຄົນສະໄຫມນັ້ນ, ຫີນຕັ້ງເມືອງຫົວເມືອງນີ້ສັນສິຖານວ່າ : ເປັນວັດທະນະທຳຮ່ວມຍຸກກັບທົ່ງໄຫຫີນຢູ່ແຂວງຊຽງຂວາງ.
- ມາຮອດປັດຈຸບັນ ກໍຍັງບໍ່ມີຫລັກຖານອ້າງອີງທີ່ຊັດເຈນວ່າແມ່ນໃຜເປັນຄົນສ້າງ, ສ້າງເມື່ອປີໃດ ແລະ ສ້າງເພື່ອຈຸດປະສົງອັນໃດ...ນອກຈາກມີນິທານປະລຳປະລາ ທີ່ເລົ່າສືບຕໍ່ກັນມາຊ້ານານເທົ່ານັ້ນ...
- ກ່ອນນີ້ ຫລາຍພັນປີມາແລ້ວ.....ດິນແດນແຫ່ງນີ້ມີເຈົ້າຄອບຄອງຊື່ວ່າ: “ບາຣາດ ຫລື ທ້າວ ຣາດອັ້ງ” ເຊິ່ງເປັນຄົນທີ່ມີຣິດເດດຫລາຍ ແລະ ມີອາວຸດວິເສດຄຽງກາຍເຖິງ 3 ຢ່າງຄື: ຂວານເພັດ, ເຫລັກຊີ ແລະ ກອງສອງໜ້າ(ເຊື່ອກັນວ່າແມ່ນຄ້ອງບັ້ງຂອງຊົນເຜົ່າກຶມມຸ)
- ອາວຸດທັງ 3 ຢ່າງມີຄວາມວິເສດຄື: ຂວານເພັດເອົາໄວ້ຕັດຫີນ, ເຫລັກຊີ ເອົາໄວ້ເຈາະບໍ່ນ້ຳ ແລະ ກອງສອງໜ້າເອົາໄວ້ຕີ ລະດົມພົນເພື່ອປາບສັດຕູໝູ່ມານ ເຊິ່ງມີການເລົ່າກັນວ່າ ເມື່ອໃດທ້າວ ຣາດອັ້ງຕີກອງໜ້າໜຶ່ງ ແມ່ທໍລະນີ ແລະ ເທວະດາຈະລົງມາຊ່ວຍສູ້ຮົບ ແລະ ຖ້າຕີອີກໜ້າໜຶ່ງກໍຈະເຮັດໃຫ້ສັດຕູນັ້ນດີ້ນຕາຍທົ່ວໜ້າ...
- ມີການເລົ່າກັນວ່າ ທ້າວຣາດອັ້ງ ມີອຳນາດທີ່ເຂັ້ມແຂງຕໍ່ລອງໄດ້ເທົ່າກັບເຈົ້າຫລວງພະບາງ ແລະ ໄດ້ປະຕິເສດ ທີ່ຈະເປັນຫົວເມືອງຂຶ້ນຂອງຫລວງພະບາງ ແລະ ເຄີຍເຮັດເສິກສົງຄາມຕໍ່ສູ້ກັນມາແລ້ວຄັ້ງໜຶ່ງ ແຕ່ບໍ່ສາມາດຊະນະກອງກຳລັງຂອງທ້າວ ຣາດອັ້ງໄດ້.
- ຍ້ອນຄວາມລະແວງວ່າ ຈະມີຄົນມາຮຸກຮານ ທ້າວ ຣາດອັ້ງຈຶ່ງໄດ້ຕີກອງຮ້ອງປ່າວຂຶ້ນຫາກຸ່ມເທວະດາ ຟ້າດິນ ໄດ້ຍິນກໍເກນກອງທັບມາຊ່ວຍ. ແຕ່ພໍມາເຖິງ ກໍບໍ່ເຫັນວ່າມີສັດຕູແມ່ນແຕ່ຄົນດຽວ ພວກເຂົາໂກດແຄ້ນຫລາຍ ຈຶ່ງໄດ້ນຳເອົາກອງທັບພ້ອມກອງສອງໜ້ານັ້ນກັບຄືນໄປ.
- ເມື່ອເປັນເຊັ່ນນີ້ ທ້າວຣາດອັ້ງ ເຫັນວ່າຕົນຍັງມີອາວຸດວິເສດພຽງ 2ສິ່ງ ຈຶ່ງໄດ້ໃຫ້ປະຊາຊົນ ຂອງຕົນເອງກຽມ ສ້າງເມືອງໃໝ່ ໂດຍໃຊ້ຂວານເພັດຂອງຕົນໄປຕັດເອົາຫີນຈາກລ້ອງ "ນ້ຳເປິນ"ມາກອງໄວ້...ແຕ່ຂ່າວນີ້ໄດ້ລືໄປເຖິງ ຫູສັດຕູຂອງຕົນທີ່ຫລວງພະບາງ ພວກເຂົາຈຶ່ງວາງກົນອຸບາຍໃຫ້ລູກຊາຍ 2ຄົນຂອງທ້າວ ຣາດອັ້ງນັ້ນຍ່າງລຸຍຜ່ານກອງໄຟ ແລະ ເຫດການນີ້ ໄດ້ເຮັດໃຫ້ ອາວຸດຄູ່ກາຍຂອງ ຣາດອັ້ງ ນັ້ນສູນເສຍຄວາມສັກສິດໄປ ຈົນບໍ່ສາມາດສ້າງເມືອງໃໝ່ໄດ້. ດ້ວຍເຫດນີ້ ພວກເຮົາຈຶ່ງຍັງເຫັນກອງເຫັນດັ່ງກ່າວກອງໄວ້ເປັນໝູ່ ເປັນກອງ ແລະ ແຜ່ຫລາຍໄປໃນບໍລິເວນນັ້ນ ກິນເນື້ອທີ່ຫລາຍກິໂລແມັດມົນທົນ...
ຂອບໃຈຂໍ້ມູນຈາກ:
Thank you for reading - thank you for the stories of the villagers and help me add more information
khamphone-blog...
Would like to help support the work i do...
Patreon page:www.patreon.co...
Facebook: / neenee-lao-life-%e0%ba...

Опубликовано:

 

4 май 2024

Поделиться:

Ссылка:

Скачать:

Готовим ссылку...

Добавить в:

Мой плейлист
Посмотреть позже
Комментарии : 20   
@teoschatz8430
@teoschatz8430 3 месяца назад
🤗🙏🏼! ຂອບໃຈເດີ້ທີ່ພາໄປເຫັນຫີນຕັ້ງ. ຂໍໃຫ້ຢູ່ດີມີແຮງທຸກຄົນ. Have a wonderful day 😘
@XaixanaPhokham59
@XaixanaPhokham59 3 месяца назад
ສະບາຍດີ🙏 Nee Nee 🙍🇱🇦 ສຸດຍອດ ທິວທັດ ທຳມະຊາດ ແຂວງຫົວພັນ ງາມຫຼາຍ ເຈົ້າ
@Arctic_Traveller
@Arctic_Traveller 3 месяца назад
Hi Neenee , I thoroughly enjoyed the video, the special effects and Miss Mina is a bundle of fun trying to find a portal to the past added another dimension to the video. Have a nice day / Al
@juliobonilla1200
@juliobonilla1200 3 месяца назад
Sabaidee. Good morning Nee nee. Have a nice Monday.
@neeneelaolife7131
@neeneelaolife7131 3 месяца назад
Sabaidee ວັນຈັນ!ຂອບໃຈເດີ,Thank you and have a great day there too xx😊
@mikestravelshow
@mikestravelshow 3 месяца назад
Mina brings a lot of joy to everyone. Godbless you guys 🙏
@costasworldofmusicmemories5792
@costasworldofmusicmemories5792 3 месяца назад
ປັນຕາໜ້າອາຍທີ່ລົດບັນທຸກບໍ່ຮັບຮູ້ວ່າຖືກຢຽບຢໍ່າຄືນປະຫວັດສາດ, ຊາວເຜົ່າມົ້ງມີຄວາມຫວານຊື່ນ ແລະໃຫ້ກຽດ. ສົ່ງຄວາມຮັກໃຫ້ຫລາຍໆ ❤❤ ຈາກ Jim and Harriet
@blasblasblas2094
@blasblasblas2094 3 месяца назад
I can see Mina becoming a movie star. This is cool. You guys need to make more of this. Maybe something like little Mina's kung fu show. LOL. Neenee's Hmong speaking skills is getting better and better.
@user-hw7en5ey9p
@user-hw7en5ey9p 3 месяца назад
Road 🛣️ come from sugar oils economics เข้าใจง่ายคือ เอาน้ำตาลทรายมาเผา มันจะเปลี่ยนเป็นยางมะตอย นั่นเอง
@leesinnorai1871
@leesinnorai1871 3 месяца назад
ຢາກຂໍຮ້ອງທາງຣັຖບານເພິ່ນພ້ອມດ້ວຍດ້ານທຸລະກິດສຳປະທານກໍ່ສ້າງທາງນັ້ນຊ່ວຍຊ້ອມປົວແປງທາງພາຍໄນປະເທດລາວເຮົາໄຫ້ສະດວກແຕ່ເໜືອເຖິງໄຕ້ເພາະວ່າປະເທດລາວເຮົາຄວາມສົມບູນທາງທຳມະຊາດຫາບ່ອນປຽບບໍ່ໄດ້ໄນໂລກນີ້ ! ທັງເປັນຄວາມຜາສຸກໄຫ້ແກ່ປະຊາຊົນລາວອີກດ້ວຍ ! ນີນີ ເອີຍເຈົ້າໄດ້ສ້າງປະຊາສຳພັລໄດ້ດີທີ່ສຸດແລ້ວເພື່ອບ້ານເພື່ອເມືອງລາວເຮົາ ຂອບໄຈນຳດ້ວຍ ! 👍💐🙏😄🇱🇦ຂໍໄຫ້ຄອບຄົວຈົ່ງຄວາມຜາສຸກໄປຕະລອດການດ້ວຍ ! ຮັກແພງບ້ານເຮົາສະເໝີ ❤️💐🙏😄
@Wapiman
@Wapiman 3 месяца назад
Did the white truck slow down to be polite and not raise a lot of dust or were they trying to confirm that that was a frang that they were seeing? The purpose of the Standing Stones is now obvious. It was an ancient Hide and Seek park.
@ayangdidi5524
@ayangdidi5524 3 месяца назад
Sabaidi NiNi, yu Brittany mi laiili standing stones which we call "Menhir"=stone long=long stones in Breton language, a celic language still spoken in Bretagne, in Western France. There I too "Dolmen"=Table stones and Kromlec'h = round circles made by erected standing stones. All these have been men by populations which we call megalithic civilisation. By the way we are admiring vivacity and intelligence of Nina who sure brings you two happiness and laugh every day.❤❤
@loisr1560
@loisr1560 3 месяца назад
I have visited the plain of jars but knew nothing about the standing stones.
@neeneelaolife7131
@neeneelaolife7131 3 месяца назад
ສະຖານທີ່ທ່ອງທ່ຽວແຫ່ງໜຶ່ງທີ່ຄົນຍັງບໍ່ໄດ້ໄປທ່ຽວຊົມພໍປານໃດ ເນື່ອງຈາກເສັ້ນທາງຍັງລຳບາກ ຫາກແມ່ນຍາມຝົນ ຕ້ອງໃຊ້ລົດຂັບເຄື່ອນສີ່ລໍ້ເທົ່ານັ້ນ. “ຫີນຕັ້ງ” ສະຖານທີ່ທ່ອງທ່ຽວ“ຫີນຕັ້ງ” ຕັ້ງຢູ່ ເມືອງຫົວເມືອງ, ແຂວງຫົວພັນ
@XaixanaPhokham59
@XaixanaPhokham59 3 месяца назад
Nee Nee ມີໂອກາດ ມາທ່ຽວ The Rock Viewpoint Phou Phaman 🇱🇦 ທີ່ ເມືອງຄູນຄຳ ແຂວງຄໍາມ່ວນ ເດີ່
@XaixanaPhokham59
@XaixanaPhokham59 3 месяца назад
ຜາລະແວກ ຕ້້ງ ຢູ່ ເມືອງຮົ່ມ ແຂວງໄຊສົມບູນ ຈ້າ Nee Nee
@XaixanaPhokham59
@XaixanaPhokham59 3 месяца назад
ພູຜາທີ່ ສວຍງາມ ອີກ ແຫ່ງ ໃນ ຊຳເໜືອ ແຂວງຫົວພັນ
@thomvadysirisack4975
@thomvadysirisack4975 3 месяца назад
Selfish people don't know the valuable of Laos country
@LoasREDwestVietnam
@LoasREDwestVietnam 3 месяца назад
ຄົນໄທມາຢູ່ ສປປ ລາວ ຕ້ອງເວົ້າພາສາລາວ ສປປ ລາວ ພັດທະນາເປັນປະເທດໃຫຍ່ໃນອາຊຽນ ຄົນລາວຕ້ອນຮັບຄົນຈີນ ແລະ ຄົນຫວຽດນາມ ໃຊ້ເງິນກີບລາວ ສາມາດເວົ້າພາສາຫວຽດນາມໄດ້
@dannyboyce7766
@dannyboyce7766 3 месяца назад
Sabyedee Neenee
Далее
Gli occhiali da sole non mi hanno coperto! 😎
00:13
Thatluang Condominium for sale
6:54
Просмотров 82 тыс.